|
Post by WebmasterH on Mar 10, 2005 0:39:29 GMT -5
ກະຊວງຖະແຫລ່ງຂ່າວ-ວັດທະນະທຳ, ຄະນະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ, ອົງການທ່ອງທ່ຽວແຫ່ງຊາດ ພ້ອມດ້ວຍບໍລິສັດ ລາວຈະເລີນສິນ ຈະໄດ້ເປິດພິທີ ສະໂມສອນສົ່ງເສີມສິລະປະດົນຕີ-ວັດທະນະທຳພື້ນເມືອງລາວ ທີີ່ເດີ່ນສະໜາມຫລວງ (ທາດຫລວງ) ກຳນົດການໃນງານມີດັ່ງນີ້: * ວັນທີ 25/03/2005 ເວລາ: 18:30 - 23:00 ໂມງ ເປັນມື້ເປິດພິທີສະໂມສອນສົ່ງເສີມສິລປະດົນຕີ-ວັດທະນະທຳພື້ນເມືອງລາວ ເຊິ່ງຈະມີງານລ້ຽງໃນການຈັບຈອງໂຕະ, ໂຕະລະ 1.000.000 ກີບ. - ມີການສະແດງສິລະປະດົນຕີມິດຕະພາບລາວ-ໄທ ສິລປິນຮັບເຊີນມີ: * ສິນລະປິນຮັບເຊີນຝ່າຍລາວມີ: 1. ພູວຽງ ວາດທະວີສັກ 2. ໄກສີ ວັງເວີນໂຂງ 3. ຄຳພູມ ທະວີວັນ ແລະ ດາວເດັ່ນດວງໃຫມ່ອີກຫລວງຫລາຍເກືອບຮ້ອຍຊີວິດ * ສິນລະປິນຮັບເຊີນຝ່າຍໄທ 1. ບານເຢັນ ລາດແກ່ນ 2. ໄກສອນ ເລືອງສີ 3. ກຸດສະມາ ມະນີການ ແລະ ສິນລະປິນອື່ນໆອີກ * ວັນທີ 26/03/2005 ເວລາ: 20:00 - 23:00 ໂມງ ຈະໄດ້ເປີດງານມະຫະກຳຄອນເສີດມິດຕະພາບລາວ-ໄທ - ຂາຍບັດຄອນເສີດມວນຊົນທົ່ວໄປ + ບັດນັ່ງ 1 ບັດ 20.000 ກີບ + ບັດຢືນ 1 ບັດ 15.000 ກີບ * ທ່ານໃດສົນໃຈທີ່ຈະໄປຮ່ວມງານສ້າງສັນສັງຄົມ ເພື່ອລູກລາວຫລານລາວ ໃນການສົ່ງເສີມສິລປະດົນຕີ-ວັດທະນະທຳພື້ນເມືອງລາວ ສາມາດຈັບຈອງໂຕະທີ່ນັ່ງ ແລະ ຊື້ບັດເຂົ້າຊົມໄດ້ ທີ່ ບໍລິສັດ ລາວຈະເລີນສິນ, ບ້ານ ໜອງສະໂນຄຳ(ນາຄຳ), ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ໂທ: 021 261126, 020 544 5599, 5463635 ຢ່າລືມຢ່າພາດ ຫາໂອກາດໄປຊົມໃຫ້ໄດ້....! ເດີ້.! ງານດີໄດ້ຄຸນນະພາບມີພຽງ 2 ມື້ ເທົ່ານັ້ນ Source: mahasan.com Photo: www.cpamedia.com/culture/the_flexible_bamboo/bambookhaen140x204.jpgLaoupdate.com ;D
|
|